ເຄື່ອງປະກອບ
ຊີ້ນໄກ່ (ສ່ວນເອິກ) : 700 g
ໝາກໜາວ : 2 ໜ່ວຍ
ຫົວຜັກບົ່ວນ້ອຍ : 1 ຫົວ
ເນີຍຖົ່ວດີນ : 4 ບ່ວງແກງ
ກະທິໝາກພ້າວ : 10 cl
ນຳ້ສະອີ້ວ : 4 ບ່ວງແກງ
ນຳ້ມັນພືດ : 2 ບ່ວງແກງ
ນຳ້ເຜື້ງ : 1 ບ່ວງແກງ
ຫົວຂີງສົດ : 2 cm
ໝາກເຜັດບົດ : ½ ບ່ວງກາເຟ
ກຽກກູ່ມ່າ (curcuma) : 1 ບ່ວງກາເຟ
ກູ່ແມ໋ງ (cumin) : 1 ບ່ວງກາເຟ
ເກືອ ແລະ ພິກໄທບົດ
ການກະກຽມ
ປອກຫົວຜັກບົ່ວ ຜ່າສີ່ ບົດໃສ່ກັບ ນຳ້ສະອີ້ວ (ເຄິ່ງໜຶ່ງ) ຕື່ມນຳ້ມັນ, ນຳ້ເຜື້ງ, ນຳ້ໝາກນາວ, ໝາກເຜັດ, ຂີງສົດ (ຂູດກ່ອນ), ກູ່ແມ໋ງ, ກຽກກູ່ມ່າ, ເກືອ ແລະ ພິກໄທບົດ. ແລ້ວຖອກເຄື່ອງປຸງໃສ່ຖ້ວຍໃຫຍ່ປະໄວ້.
ຊອຍໄກ່ເປັນຕ່ອນໜາປະມານ ½ cm, ຄົນໃສ່ກັບເຄື່ອງປຸງທີ່ກຽມໄວ້ໃນຖ້ວຍ ໝັກປະໃວ້ໃນຕູ້ເຢັນ 30 ນາທີ.
ເຮັດແຈ່ວ : ປັ່ນກະທິກັບເນີຍຖົ່ວດິນ ໃສ່ ນຳ້ສະອີ້ວທີ່ຍັງເຫຼືອ, ຊີມເບິ່ງ ແລະ ຖອກໃສ່ຖ້ວຍນ້ອຍ.
ສຽບໄກ່ທີ່ໝັກແລ້ວ ໃສ່ໄມ້ ແລະ ເອົາໄປປີ້ງໃຫ້ສຸກ ໃຊ້ເວລາ 2 ນາທີ ຈຶ່ງປີ້ນແຕ່ລະເບື້ອງ. ຝານໝາກນາວ ທີ່ຍັງເຫຼືອ ເປັນປ່ຽງບາງຯ ເສີບກັບປີ້ງ ແລະນຳ້ແຈ່ວຖົ່ວດິນ. ເພື່ອເພີ່ມລົດຊາດທີ່ແຊບນົວ, ຄວນອຸ່ນນຳ້ແຈ່ວ ກ່ອນຮັບປະທານ.